ຂໍຄວາມກະລຸນາອ່ານກົດລະບຽບໃຫ້ລະອຽດ
1. ການດູດວງນີ້ເໝາະກັບໃຜ?
ຕອບ : ການດູດວງນີ້ເໝາະກັບຄົນທີ່ຕ້ອງການຮູ້ຈັກຕົນເອງ, ພ້ອມເປີດຮັບຄຳແນະນຳ, ພ້ອມພັດທະນາຕົນເອງ, ພະລັງງານບວກ.
2. ຮູ້ເວລາເກີດຕົວຈິງ, ຕາມໃບເກີດ, ຫາກທ່ານບໍ່ຮູ້ເວລາເກີດທ່ານສາມາດເຂົ້າໄປທີ່ໂຮງໝໍເພື່ອຂໍເວລາເກີດໄດ້, (MVP ເຄີຍເປັນຄົນທີ່ດູດວງແລ້ວບໍ່ຮູ້ໂມງເກີດ, ຈະເກີດການເຮັດໃຫ້ທຸກຄົນກັບມາດູດວງຊ້ຳເລື້ອຍໆເພາະລູກດວງບໍ່ໝັ້ນໃຈໃນດວງຕົນເອງ ແລະ ໃນຄວາມຮູ້ສຶກຂອງ MVP ຄືຮູ້ສຶກວ່າມານັ່ງຟັງດວງຄົນອື່ນ).
3. ຖ້າຫາກທ່ານເຂົ້າ Zoom ຊ້າພາຍໃນສິບນາທີ, ແມ່ນຈະຖືວ່າທ່ານຍົກເລີກການດູດວງ.
4. ການເບິ່ງດວງຈະສິ້ນສຸດຕາມເວລາທີ່ກຳນົດ, ບໍ່ສາມາດຂະຫຍາຍເວລາໄດ້, ຫາກເກີນເວລາກຳນົດຢ່າງໜ້ອຍ 15 ນາທີແມ່ນຈະໄດ້ໄລ່ເງິນເພີ່ມ 49000₭.
5. ລູກດວງຕ້ອງມີ Gmail.
6. ແນະນຳອາຍຸທີ່ເໝາະສົມໃນການດູດວງ, 15 ປີຂຶ້ນໄປ.
7. ຫາກການຈ່າຍເງິນດູດວງເຮັດໃຫ້ທ່ານຮູ້ສຶກກັງວົນກ່ຽວກັບເງິນກ້ອນນີ້ ຫຼື ເປັນເງິນທີ່ທ່ານຮູ້ວ່າມີລາຍຈ່າຍອຶ່ນທີ່ຍັງຈຳເປັນອີກ, MVP ຂໍແນະນຳໃຫ້ທ່ານພິຈາລະນາກ່ອນດູດວງ.
8. ຈະບໍ່ມີການສົ່ງເງິນຄືນໃນທຸກກໍລະນີ, ຂໍໃຫ້ທ່ານຕັດສິນໃຈໃຫ້ດີກ່ອນຈະກົດດູດວງ, ເພາະນີ້ຄືການແລກປ່ຽນພະລັງງານ.
ກະລຸນາຮັກສາເວລາ, ເພື່ອໃຫ້ໄດ້ຮັບການດູດວງຢ່າງເຕັມທີ່, ຖ້າທ່ານຢາກສອບຖາມຫຍັງເພີ່ມເຕີມໃຫ້ @ ບັນຊີ Telegram ຂອງ MVP ໄດ້, ຂໍຂອບໃຈ🙏