ໃນຖານະທີ່ເປັນສ່ວນໜຶ່ງຂອງໂຄງການ wecare, ທ່ານຄືຄົນສຳຄັນທີ່ຈະຊ່ວຍພວກເຮົາສ້າງເຄື່ອງມືຊ່ວຍເຫຼືອສຸຂະພາບຈິດທີ່ດີທີ່ສຸດ.ແຕ່ກ່ອນອື່ນ, ພວກເຮົາຢາກຮູ້ຈັກກັບຄວາມຄິດ, ຄວາມຮູ້ສຶກ, ແລະ ຄວາມຕ້ອງການຂອງທ່ານກ່ອນ.
ແບບສອບຖາມນີ້ແມ່ນເພື່ອເກັບກຳຂໍ້ມູນຄວາມຄິດເຫັນແບບບໍ່ລະບຸຊື່, ເພື່ອເປັນປະໂຫຍດໃນການອອກແບບໂຄງການຊ່ວຍເຫຼືອສຸຂະພາບຈິດໃນອະນາຄົດ. ຂໍ້ມູນຂອງທ່ານຈະຖືກຮັກສາໄວ້ເປັນຄວາມລັບ.
[Disclaimer]
ແບບສອບຖາມນີ້ບໍ່ແມ່ນເຄື່ອງມືວິນິດໄສທາງການແພດ ແລະ ບໍ່ສາມາດທົດແທນການປຶກສາຫາລືກັບແພດໄດ້..ຖ້າທ່ານກຳລັງປະສົບກັບຄວາມຄຽດ ຫຼື ຄວາມກັງວົນຢ່າງຮຸນແຮງ ແລະ ຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ, ກະລຸນາຕິດຕໍ່ຫາຜູ້ຊ່ຽວຊານ ຫຼື ສາຍດ່ວນໃຫ້ຄຳປຶກສາສຸຂະພາບຈິດ ເພາະ ການຊ່ວຍເຫຼືອຢູ່ໃກ້ທ່ານສະເໝີ.
.
📌 ຫາກຕ້ອງການຄວາມຊ່ວຍເຫຼືອ ຫຼື ປຶກສາບັນຫາສຸຂະພາບຈິດສາມາດຕິດຕໍ່ໄດ້ທີ່:☎️ ສາຍດ່ວນຂອງສະຫະພັນແມ່ຍິງ 1362☎️ ສາຍດ່ວນສຳລັບໄວໜຸ່ມທີ່ຕ້ອງການປຶກສາກ່ຽວກັບສຸຂະພາບຈິດໂດຍສູນກາງຊາວໜຸ່ມ 1554☎️ ສາຍດ່ວນປຶກສາຫາບັນຫາສຸຂະພາບຈິດສຳລັບທ່ານຍິງ 1361☎️ ສາຍດ່ວນປຶກສາຫາບັນຫາສຸຂະພາບຈິດສຳລັບທ່ານຊາຍ 137