- ກະລຸນາຕື່ມຂໍ້ມູນການສະໝັກໃຫ້ຄົບຖ້ວນ ແລະ ຕ້ອງມາສົ່ງໃບສະໝັກດ້ວຍຕົນເອງພ້ອມແນບເອກະສານຕິດຂັດຕາມຂໍ້ 16 ໃຫ້ຄົບຖ້ວນ.
- ເປີດຮັບສະໝັກຜູ້ເຂົ້າປະກວດເລີ່ມແຕ່ມື້ນີ້ ຈົນເຖິງວັນທີ 20 ມິຖຸນາ 2025 ຫຼື ສົ່ງໃບສະໝັກຜ່ານລະບົບອອນລາຍໄດ້ຕາມຊ່ອງທາງດັ່ງນີ້:
Facebook: Miss & Mister Teen Laos | Instagram: missmisterteenlaos | TikTok: missteenlaos
- ສາມາດດາວໂຫຼດໃບສະໝັກຜ່ານລະບົບອອນລາຍໄດ້ຕາມຊ່ອງທາງດັ່ງນີ້: Facebook: Miss & Mister Teen Laos
- ຜູ້ສະໝັກທີ່ໄດ້ຜ່ານເຂົ້າຮອບຈະໄດ້ຮັບການຕິດຕໍ່ຈາກກອງປະກວດ ແລະ ຕ້ອງໄດ້ຮັກສາຄວາມລັບຈົນກວ່າຈະມີການປະກາດຢ່າງເປັນທາງການຈາກກອງປະກວດ ຖ້າຫາກທາງກອງປະກວດຮູ້ວ່າຜູ້ເຂົ້າປະກວດ ຫຼື ຜູ້ທີ່ມີສ່ວນກ່ຽວຂ້ອງກັບຜູ້ເຂົ້າປະກວດທ່ານໃດ ເປີດເຜີຍຂໍ້ມູນກ່ອນໄດ້ຮັບອະນຸຍາດ ແລະ ເຮັດໃຫ້ກອງປະກວດ ໄດ້ຮັບຄວາມເສຍຫາຍ ຈະຖືກຕັດສິດອອກຈາກກອງປະກວດທັນທີ ແລະ ຍິນຍອມຊົດໃຊ້ຄ່າເສຍຫາຍ ໃຫ້ກັບກອງປະກວດ ເປັນເງິນມູນຄ່າ 20,000,000 ກີບ.
- ຜູ້ສະໝັກທີ່ໄດ້ຮັບການຕິດຕໍ່ຈາກກອງປະກວດ ຈະຕ້ອງໄດ້ມາລາຍງານຕົວ ເພື່ອເຂົ້າຮ່ວມຮອບຄັດເລືອກດ້ວຍຕົນເອງ (ສະຖານທີ່ຈະແຈ້ງໃຫ້ຊາບໃນພາຍຫລັງ)
- ທີມງານຂອງກອງປະກວດຂໍສະຫງວນສິດໃນການປ່ຽນແປງຮູບແບບກະຕິກາ ເງື່ອນໄຂການປະກວດໂດຍບໍ່ຕ້ອງແຈ້ງໃຫ້ຊາບລ່ວງໜ້າ ແລະ ຜູ້ເຂົ້າປະກວດຈະບໍ່ ມີສິດຮຽກຮ້ອງໃດໆທັງສິ້ນ ທັງທາງກົງ ຫລື ທາງອ້ອມ.
- ການສະໝັກຈະສົມບູນເມື່ອເອກະສານຄົບຖ້ວນ ແລະ ໄດ້ຮັບການສຳພາດຈາກຄະນະກຳມະການ ເຊິ່ງຜູ້ສະໝັກຈະຕ້ອງມາລາຍງານຕົວຕາມວັນເວລາທີ່ທາງກອງ ປະກວດແຈ້ງໃຫ້ຊາບ.
- ຂ້າພະເຈົ້າໄດ້ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນທີ່ລະບຸໄວ້ຂ້າງເທິງທັງໝົດແລ້ວ ແລະ ຂໍສັນຍາວ່າ ຈະປະຕິບັດຕາມເງື່ອນໄຂທີ່ກອງປະກວດໄດ້ວາງອອກ ດ້ວຍຄວາມເຕັມໃຈ ຈຶ່ງໄດ້ລົງລາຍເຊັນໄວ້ເພື່ອເປັນບ່ອນອີງຕໍ່ໄປ.